简体中文
ທີ່ຕັ້ງ : ຫນ້າທຳອິດ > ແນະນຳໂດຍຫຍໍ້ກ່ຽວກັບວິທະຍາໄລ
ແນະນຳໂດຍຫຍໍ້ກ່ຽວກັບວິທະຍາໄລ

ວິທະຍາໄລວີຊາຊີບພາສາຕ່າງປະເທດໄຮນຳຍິນດີຕ້ອນຮັບທ່ານ

ວິທະຍາໄລວີຊາຊີບພາສາຕ່າງປະເທດໄຮນຳຕັ້ງຢູ່ເມືອງເວີນຊາງແຂວງຮາຍນານປະເທດຈີນແລະສ້າງຕັ້ງຂຶ້ນໃນປີ1947.ວິທະຍາໄລນີ້ມີພາກວີຊາພາສາຕ່າງປະເທດ17ວີຊາ,ໃນນັ້ນພາກວີຊາພາສາຕາເວັນອອກມີ10ວີຊາເຊັ່ນພາສາຍີ່ປຸ່ນ,ພາສາເກົ່າຫຼີ,ພາສາໄທ,ພາສາອິນໂດເນເຊຍ,ພາສາຫວຽດນາມ,ພາສາອາຣັບ,ພາສາມຽນມາ,ພາສາກຳປຸເຈຍ,ພາສາມາເລເຊຍແລະພາສາລາວ.

ຂີ່ລົດໄຟຄວາມໄວສູງແຕ່ເມືອງເວີນຊາງໄປນະຄອນໄຮໂຄວແຂວງໄຮນຳໃຊ້ເວລາ20ນາທີແລະຂີ່ລົດໃຊ້45ນາທີ.

ເມືອງເວີນຊາງຖືກລ້ອມຮອບດ້ວຍທິວທັດທີ່ສວຍງາມ,ມີປະຫວັດຍາວນານຂອງຖະຫນົນເກົ່າ, ຄວາມຫມາຍວັດທະນະທໍາຂອງວັດຂົງຈື້,ໃນນີ້ຍັງມີຂົວຊິ່ນລ໋ານ,ສ່ວນໝາກພ້າວ,ດວງເດືອນຄົດແລະສະຖານທີ່ອື່ນໆທີ່ມີທິວທັດສວຍສົດຫງົດງາມ.

ສວນວິທະຍາໄລມີຄວາມສວຍສົດງົດງາມ, ມີສິ່ງອຳນວຍຄວາມສະດວກໃນການດຳລົງຊິວິດແລະການໄປມາສະດວກ,ຂໍເຊີນທ່ານມາສຳຜັດໄດ້ດ້ວຍຕົວເອງ.

ວັດຂົງຈື້

ຖະຫນົນເກົ່າ

ສ່ວນໝາກພ້າວ

ສ່ວນໝາກພ້າວ

ດວງເດືອນຄົດ

ການນຳໃຊ້ພາສາຕ່າງປະເທດ(ພາສາລາວ)

一、ແນະນຳໂດຍຫຍໍ້ກ່ຽວກັບວິຊາສະເພາະ

ວິທະຍາໄລວິຊາຊີບພາສາຕ່າງປະເທດໄຮນຳສ້າງຕັ້ງຂຶ້ນໃນປີ1947.ເປັນວິທະຍາໄລໃນແຂວງໄຮນຳແຫ່ງໜຶ່ງທີ່ທາງກະຊວງສຶກສາໄດ້ສ້າງໃຫ້ເປັນວິທະຍາໄລພາສາຕ່າງປະເທດຊັ້ນສູງຂອງລັດຖະບັນ.ເປັນວິທະຍາໄລທີ່ມີພາສາຕ່າງປະເທດທີ່ຫຼັກຫຼາຍທີ່ສຸດໃນແຂວງໄຮນຳ.ໃນປີ2009ໄດ້ມີການຜ່ານການປະເມີນຜົນງານໃນການບຳລຸງປຸກຄະລາກອນຢ່າງລະອຽດ.ໃນປີ2012ໄດ້ສ້າງເປັນວິທະຍາໄລແຫ່ງທີ່ສອງທີ່ຂັ້ນແຂວງຈາກຂັ້ນເມືອງພ້ອມກັນຮັບຜິດຊອບກໍ່ສ້າງ.ການນຳໃຊ້ພາສາລາວແມ່ນເປັນພາສານ້ອຍອີກພາສາໜຶ່ງຂອງອາຊຽນທີ່ພວກເຮົາໄດ້ເປີດຂຶ້ນໃໝ່ໃນວິທະຍາໄລພວກເຮົາ.ມີແຜນການທີ່ຈະເລີ່ມຮັບນັກສຶກສາໃໝ່ໃນເດືອນ9ປີ2018ຮັບນັກສຶກສາທົ່ວປະເທດເຊັ່ນດຽວການເຊິ່ງໃນວິຊາສະເພາະພາສາລາວແມ່ນສາມາດບຳລຸງເຝິກອົບຮົມບຸກຄະລາກອນທີ່ນຳໃຊ້ເຂົ້າໃນດ້ານການທ່ອງທ່ຽວ,ການຄ້າແລະການບໍລິການຕ່າງໆ.ວິທະຍາໄລໄດ້ປະກອບໄປດ້ວຍຄູອາຈານທີ່ມີຄວາມຮູ້ຢ່າງໜາແໜ້ນ,ແຕ່ລະສາຍພາສາຕ່າງປະເທດແມ່ນຈະມີອາຈານຕ່າງປະເທດຊ່ວຍເຂົ້າໃນການສອນ.ໃນແຕ່ລະປີທາງວິທະຍາໄລຍັງໄດ້ຈັດກິດຈະກຳກ່ຽວກັບພາສາວັດທະນະທຳອາຊຽນ,ກິດຈະກຳໃນການແລກປ່ຽນບົດຮຽນລະຫ່ວາງນັກສຶກສາຈີນແລະນັກສືກສາຕ່າງປະເທດເພື່ອສ້າງສິ່ງແວດລ້ອມທີ່ດີໃນດ້ານພາສາຕ່າງປະເທດເຕັມໄປດ້ວຍກິດຈະກຳໃນດ້ານການຮ່ຳຮຽນຂອງນັກສຶກສາ.

二、ສະພາບການການກໍ່ສ້າງວິຊາສະເພາະ

(一)ສະພາບການຂອງນັກສຶກສາ

ປັດຈຸບັນນີ້ວິຊາພາສາລາວມີນັກສຶກສາ6ຄົນ ຜູ້ຍິງ4ຄົນຜູ້ຊາຍ2ຄົນເຊິ່ງມາຈາກແຂວງຕ່າງກກັນ, ຄື: ແຂວງສີສວນ, ແຂວງຫູນານ,ແຂວງຈຽງຊີ, ແຂວງກວງໂຕງ, ແຂວງຟູຈຽນເປັນຕົ້ນ.

(二)ສະພາບການຂອງອາຈານ

ມະຫາວິທະຍາໄລເຮົາລວມມີອາຈານພາສາລາວປະຈໍາການທີ່ເປັນຄົນຈີນ2ຄົນ, ອາຈານສອນພາສາລາວທີ່ເປັນຄົນຕ່າງປະເທດຄົນໜຶ່ງ,ໃນນັ້ນອາຈານຄົນຈີນດັ່ງກ່າວລ້ວນແຕ່ມີປະສົບການເຮັດວຽກໃນຕ່າງປະເທດແລະຮໍ່າຮຽນຢູ່ຕ່າງປະເທດ,ອາຈານຄົນລາວເປັນຄົນນະຄອນຫລວງວຽງຈັນທີ່ມີສໍານຽງພາສາລາວທີ່ດີແລະຈົບປະລິນຍາຕີຈາກວິທະຍາໄລrattanaບໍລິຫານທຸລະກິດເຊີ່ງຊຳນານດ້ານ3ພາສາຄື:ພາສາລາວ,ພາສາຈີນແລະພາສາອັງກິດ.

三、ຮູບແບບການບຳລຸງບຸກຄະລາກອນ

ຈັດໃຫ້ມີຫ້ອງຮຽນພາສາລາວຂຶ້ນເປັນການຮຽນການສອນແບບ“ໜ້າຕໍ່ໜ້າ”ວິຊາສະເພາະນີ້ໃນຮັບເອົາການຮຽນການສອນແບບ2.5+0.5ເພື່ອໃຫ້ນັກສຶກສາແຕ່ເທີມ1ຫາເທີມ5ໄດ້ຮຽນຢູ່ພາຍໃນວິທະຍາໄລແລະຮຽນຮູ້ເຂົ້າໃຈເຖິງພື້ນຖານໃນດ້ານວິຊາສະເພາະຂອງພາສາລາວ.ມີຄວາມສາມາດໃນການເວົ້າ,ການອ່ານ,ການຟັງແລະການຂຽນໃນເທີມທີ່5ແມ່ນຈະໃຫ້ນັກສຶກສາໄດ້ຊັບຊ້ອນໄປໃນແຕ່ລະຫົວໜ່ວຍທຸລະກິດເພື່ອຟຶກງານຫຼືໄປຮຽນເພີ່ມເຕີ່ມຕໍ່ຢູ່ຕ່າງປະເທດ.

四、ຄຸນລັກສະນະວິທະຍາໄລແລະທ່າແຮງຂອງວິຊາສະເພາະ

ວິທະຍາໄລວິຊາຊີບພາສາຕ່າງປະເທດໄຮນຳໃນປະຈຸບັນໄດ້ເປັນວິທະຍາໄລໜຶ່ງດຽວໃນແຂວງຫາຍນານທີ່ໄດ້ເປີດໃຫ້ມີການຮຽນການສອນພາສາລາວ.ພວກເຮົາມີອາຈານຕ່າງປະເທດທີ່ມີຄວາມພຽບພ້ອມແລະອຸປະກອນການຮຽນການສອນທີ່ຄົບຖ້ວນ,ສ້າງໃຫ້ອາຈານຕ່າງປະເທດແລະນັກສຶກສາໄດ້ມີພາສາເວົ້າທີ່ເກັ່ງແລະຊັດເຈັນ.ສ້າງຫໍຈຳລອງຂຶ້ນເຊັ່ນ:ການເວົ້າການອະທິບາຍຂອງໃກ້ນຳທຽວ,ການຕ້ອນຮັບແຂກ,ການແປພາສາທາງດ້ານທຸລະກິດຕ່າງໆເພື່ອໃຫ້ນັກສຶກສາໄດ້ຢູ່ໃນສິ່ງແວດລ້ອມຂອງການນຳໃຊ້ພາສາລາວ.ໃນຂະນະດຽວກັນນັ້ນກໍເພື່ອໃຫ້ແທດເໝາະກັບຍຸດທະສາດ“ໜຶ່ງແລວທາງໜຶ່ງເສັ້ນທາງ”ຂອງປະເທດແລະວິທະຍາໄລເຮົາໄດ້ມີຍຸດທະສາດໃນການຈັດຕັ້ງການຮຽນວິຊາຊີບຊັ້ນສູງ3ປີໃນດ້ານພາສາຕ່າງໆຂອງອາຊຽນຟຣີເພື່ອສະໜັບສະໜູນໃຫ້ນັກສຶກສາໄດ້ມີທາງເລືອກໃນການຮຽນພາສາອາຊຽນເພື່ອເສີມຂະຫຍາຍຍຸດທະສາດ“ໜຶ່ງແລວທາງໜຶ່ງເສັ້ນທາງ”.

ອາຈານຕ່າງປະເທດຂຶ້ນສອນໃຫ້ນັກສຶກສາທີ່ຮຽນວິຊາພາສາລາວ

ປະຈຸບັນນີ້ມີນັກສຶກສາລາວ10ກວ່າທ່ານທີ່ໄດ້ຮຽນພາສາຈີນຢູ່ວິທະຍາໄລຂອງເຮົາ

五、 ກິດຈະກຳໃນໂຮງຮຽນຢ່າງຫຼວງຫຼາຍ

ຍັງໄດ້ເຕັ້ນລຳຟ້ອນພື້ນເມືອງລາວກັບນັກສຶກສາຄົນລາວ

ຕື່ນຕົວເຂົ້າຮວມກິດຈະກຳແຂງຂັນຮ້ອງເພງພາສາຕ່າງຊາດຂອງອາຊຽນ

老挝语专业学生踊跃参与配音大赛

ນັກສຶກສາພາສາລາວໄດ້ເຂົ້າຮວ່ມການແຂງຂັນປະສານສຽງເພງຢ່າງຕັ້ງໜ້າ

ຍັງໄດ້ແຕ່ງອາຫານເອກະລັກຂອງລາວກັບອາຈານຕ່າງປະເທດ

ເຊິ່ງປ່ຽບເໝືອນຄອບຄົວອັນດຽວກັນທີ່ມີຄວາມອົບອຸ່ນແລະມີຄວາມສຸກ

ເຄື່ອງນຸ່ງເຜົ່າລາວປະກອບມີຄວາມເປັນເອກະລັກສະເພາະຂອງລາວ

六、 ໂຄງການການຮ່ວມມືຕໍ່ພາຍນອກ

ຄະນະຜູ້ແທນຂອງມະຫາວິທະຍາໄລໃນອາຊີຕາເວັນອອກສຽງໃຕ້ທ່ານດຣສີທາເຂັ້ມມະຣາດຮອງຜູ້ອຳນວຍການມະຫາວິທະຍາໄລສະຫວັນນະເຂດໄດ້ມາຢ້ຽມຢາມວິທະຍາໄລຂອງພວກເຮົາ

ທ່ານຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກສ.ປ.ປ.ລາວມາຢ້ຽມຢາມວິທະຍາໄລຂອງພວກເຮົາ

ເດືອນ11ປີ2018 ວິທະຍາໄລເຮົາໄດ້ເຊັນສັນຍາການຮ່ວມມືກັບວິທະຍາໄລເຕັກນິກປາກປ່າສັກລາວແລະໄດ້ສ້າງໂອກາດໃຫ້ນັກສຶກສາໄດ້ໄປຮຽນຢູ່ຕ່າງປະເທດ

ສື່ມູນຊົນສະໄໝໃໝ່
ຕິດຕໍ່ພວກເຮົາ
  • Tel: 0086-898-63297771
    Fax: 0086-898-63297771
    E-mail:  internationoffice@163.com
    ທີ່ຢູ່:ວິທະຍາໄລວິຊາຊີບພາສາຕ່າງປະເທດໄຮນຳ. ເລກ178ຖະໜົນຈຽວຢູ້ນະຄອນເວີນຊຽງແຂວງໄຮນຳສ.ປ.ຈີນ (ລະຫັດໄປສະນີ: 571321)

版权所有:400全讯白菜网站点 - 400全讯白菜网导航网(2010)        许可证:琼ICP备05001781号-2        学院地址:海南省文昌市教育路178号        邮编:571321

ຕິດຕໍ່ພວກເຮົາ
ສື່ມູນຊົນສະໄໝໃໝ່